ໜ້າທີ່ຂອງມະນຸດ

ໜ້າທີ່ຂອງມະນຸດ
ໂດຍ: ພຣະອາຈານມະຫາ ປານ ອານັນໂທ

ມະນຸດທຸກຄົນເມື່ອເກີດມາໃນໂລກນີ້ ຕ້ອງໄດ້ຮັບຄວາມໝາຍໜ້າທີ່ໃຫ້ເຮັດໄປຄົນລະຢ່າງລະແນວ ເຖິງເຮົາຈະບໍ່ຍິນດີຮັບກໍຫຼີກໜີຈາກທຳມະຊາດບໍ່ພົ້ນ ເພາະທຳມະຊາດເປັນຜູ່ມອບໜ້າທີ່ໃຫ້ທຸກໆຄົນ ເບື້ອງຕົ້ນທຳມະຊາດໄດ້ມອບໜ້າທີ່ຄວາມເປັນລູກເຂົ້າໃຫ້ ລຳດັບຕໍ່ໄປ ກໍມອບໜ້າທີ່ຄວາມເປັນຜົວ ເປັນພໍ່ ແລະເປັນເມຍ ເປັນແມ່ເຂົ້າໃຫ້ ຕະຫຼອດຈົນມອບຄວາມເປັນປູ່ ເປັນຍ່າໃຫ້ອີກ ແມ່ນບໍ່ຢາກເອົາ ບໍ່ຢາກເປັນ ກໍຈຳເປັນຕ້ອງເອົາຕ້ອງເປັນ ທຸກຄົນຈະຫຼີກໜີບໍ່ພົ້ນ ຖ້າຄົນໃດໄດ້ໜ້າທີ່ໃດ ກໍສະແດງໜ້າທີ່ນັ້ນໃຫ້ດີທີ່ສຸດ ໃນທີ່ນີ້ ຈະກ່າວແຕ່ໜ້າທີ່ທີ່ສຳຄັນຂອງມະນຸດສັ້ນໆມີຢູ່ 4 ຢ່າງຄື:
1. ໜ້າທີ່ຂອງພໍ່ເຮືອນ
2. ໜ້າທີ່ຂອງແມ່ເຮືອນ
3. ໜ້າທີ່ຂອງລູກ
4. ໜ້າທີ່ຂອງຜູ່ຄອຍຮັບໃຊ້

ໜ້າທີ່ຂອງພໍ່ເຮືອນ
ບໍ່ວ່າໃນຄອບຄົວໃດ ພໍ່ເຮືອນຈະຕ້ອງມີຄວາມສຳຄັນຫຼາຍ ຖ້າຈະອຸປະມາ ກໍເໝືອນຊ້າງຕີນໜ້າ ແມ່ເຮືອນເໝືອນຊ້າງຕີນຫຼັງ ພໍ່ເຮືອນຖ້າປຽບອີກຢ່າງໜຶ່ງກໍຄືຄົນຫົວແຖວ ຈະຕ້ອງຖືຫົວແຖວເປັນສຳຄັນ ຫົວແຖວພາຍ່າງໄປທາງໃດ ປາຍແຖວມນຈະຍ່າງໄປທາງນັ້ນ ເຫດນັ້ນ ພໍ່ເຮືອນຈຶ່ງນັບວ່າເປັນຜູ່ສຳຄັນທີ່ສຸດໃນຄອບຄົວ ພຣະສຳມາສຳພຸດທະເຈົ້າ ກໍຊົງຕັດໜ້າທີ່ຂອງພໍ່ເຮືອນ ທີ່ຈະຕ້ອງປະຕິບັດຕໍ່ແມ່ເຮືອນໄວ້ດັ່ງນີ້:
1. ຍົກຍ້ອງນັບຖືວ່າເປັນເມຍ
2. ບໍ່ດູໝິ່ນຢຽບຫຍາມເມຍ
3. ບໍ່ປະພຶດນອກໃຈເມຍ
4. ມອບຄວາມເປັນໃຫຍ່ໃຫ້
5. ໃຫ້ເຄື່ອງແຕ່ງຕົວ

ກົດໝາຍຂອງເມືອງລາວເຮົາເຮັດຖືກຕ້ອງດີຫຼາຍໃນເລື່ອງນີ້ ເພາະໄດ້ບັນຍັດໃຫ້ຄູ່ບ່າວສາວ ແຕ່ງດອງເອົາກັນເປັນຫຼັກຖານ ເພື່ອຈະໃຫ້ເປັນຜົວເມຍທີ່ຖືກຕ້ອງ ພຣະຜູ່ມີພຣະພາກເຈົ້າ ເປັນນັກຈິດຕະວິທະຍາສູງຫຼາຍ ເພາະພຣະອົງຊົງເຫັນວ່າ ຂື້ນຊື່ວ່າມະນຸດປຸຖຸຊົນຄົນທຳມະດາ ບໍ່ວ່າຊາດໃດ ພາສາໃດ ບໍ່ມັກຍົກຍ້ອງນັບຖືເປັນອັນບໍ່ມີ.

ດ້ວຍເຫດນີ້ເອງ ພຣະອົງຈຶ່ງຊົງສອນໃຫ້ຜົວຍົກຍ້ອງນັບຖືເມຍ ເພື່ອໃຫ້ຮັກສາໄວ້ເຊິ່ງນ້ຳໃຈຂອງກັນແລະກັນ ນີ້ເປັນໜ້າທີ່ຂອງຜົວທີ່ຈະຕ້ອງປະຕິບັດຕໍ່ເມຍຂອງຕົນ.

ໃນຂໍ້ທີສອງນີ້ ມີໄນຍະຄ້າຍຄືກັບຂໍ້ໜຶ່ງ ເມື່ອຍົກຍ້ອງນັບຖືແລ້ວ ບໍ່ຕ້ອງດູໝິ່ນດ້ວຍ ຖ້າຜົວດູໝິ່ນເມຍຂອງຕົນເອງ ໃຫ້ຜູ່ອື່ນຟັງ ຜູ່ອື່ນຈະບໍ່ດູໝິ່ນເມຍຂອງຕົນເອງຊ້ຳອີກແມ່ນບໍ່ມີ ດ້ວຍເຫດນີ້ ພຣະຜູ່ມີພຣະພາກເຈົ້າຈຶ່ງບໍ່ປະສົງໃຫ້ຜົວດູໝິ່ນເມຍຂອງຕົນ ພຣະອົງສອນໃຫ້ຜົວຍົກຍ້ອງເຊີດຊູເມຍຂອງຕົນເອງ ເພື່ອໃຫ້ກຳລັງໃຈໃນການທີ່ຈະທຳຄຸນງາມຄວາມດີຕໍ່ໄປ.

ໃນຂໍ້ທີສາມ ຄົນລາວເຮົາມັກຈະເປັນໂລກຫົວໃຈນີ້ ເປັນຈຳນວນຫຼາຍ ພຣະຜູ່ມີພຣະພາກຊົງເລັງເຫັນກົດໃນດ້ານຈິດໃຈຂອງມະນຸດດີຈຶ່ງໄດ້ຊົງສັ່ງສອນໄວ້ໃນເລື່ອງນີ້ ເປັນຄວາມຈິງທີ່ສຸດທີ່ວ່າ ບໍ່ວ່າຄົນໃດກໍຕາມ ຖ້າເຮົາໄດ້ປັກໃຈຮັກວ່າເປັນຂອງເຮົາແລ້ວ ເຮົາຈະຕ້ອງຮັກທີ່ສຸດ ເມື່ອຜົວນອກໃຈເມຍຂອງຕົນແລ້ວ ບໍ່ຕ້ອງເວົ້າເລີຍວ່າຜົວຈະທຳຜິດໜ້າທີ່ຂອງຕົນພຽງໃດ ແລະທັງຊື່ວ່າເປັນຜູ່ກະທຳຄວາມຊ້ຳໃຈໃຫ້ແກ່ເມຍຂອງຕົນຫຼາຍທີ່ສຸດ ຈະຫາອັນໃດໃນໂລກມາປຽບໄດ້ຍາກ ຄອບຄົວນັ້ນ ແນ່ນອນຈະມີຄວາມຫຼົ້ມຈົມໄປເລື້ອຍໆ ເພາະຫົວໃຈຂອງພໍ່ເຮືອນແບ່ງເປັນສອງສ່ວນແລ້ວ ຂາດຫຼັກສິນທັມ ແລະຜິດໜ້າທີ່ຂອງຜົວຢ່າງຫຼວງຫຼາຍ ເປັນເຄື່ອງບອກເຖິງລາງອັນຮ້າຍວ່າ ຈະບໍ່ຈະເລີນກ້າວໜ້າ ຄົງຈະມີການຜິດຂ້ອງຕ້ອງຖຽງກັນ ແລະການດ່າວ່າກັນເປັນນິດ ຈະບໍ່ມີຄວາມສະຫງົບໃນຄອບຄົວນັ້ນເລີຍ.

ໃນຂໍ້ທີສີ່ ມີຄວາມໝາຍເປັນໄປໃນທາງຈິດຕະວິທະຍາວ່າ ພາຍໃນຈິດໃຈຂອງມະນຸດ ມີຄວາມນຶກຄິດທີ່ເລິກເຊິ່ງຢູ່ຢ່າງໜຶ່ງ ຄືຄວາມຄິດວ່າ ຕົນມີຄວາມສຳຄັນຢູ່ສະເໝີ ບໍ່ວ່າໃຜທັງໝົດ ຖ້າມີໃຜຍົກຍ້ອງໃຫ້ເປັນຄົນສຳຄັນໃນເລື່ອງໃດ ເລື່ອງໜຶ່ງ ຈະຕ້ອງດີອົກດີໃຈຢູ່ສະເໝີ ສົມມຸດວ່າ ມີວຽກຢູ່ຫຼາຍພະແນກທີ່ຈະຕ້ອງເຮັດ ເຮົາຢາກໃຫ້ວຽກສຳເລັດໄປດ້ວຍດີ ເຮົາໄປເລັ່ງ ໄປຕິ ຫຼືດ່າວ່າແນວນັ້ນແນວນີ້ ຈະຕ້ອງແນ່ນອນເລີຍວ່າ ຄົນງານທັງຫຼາຍຈະບໍ່ພໍໃຈເຮັດວຽກ ເພາະຄົນເຮົາບໍ່ມັກການດ່າວ່າຕິຕຽນ ຖ້າຫັນມາໃຊ້ຫຼັກຈິດຕະວິທະຍາເບິ່ງ ຄືຍົກຍ້ອງໃຫ້ເຂົາແຕ່ລະຄົນເປັນຄົນສຳຄັນໃນພະແນກທີ່ເຂົາເຮັດວຽກຢູ່ ເຊື່ອແນ່ວ່າ ການງານຈະຕ້ອງໄດ້ຜົນເກີດນຄາດ.

ພຣະພຸດທະເຈົ້າ ຈຶ່ງໄດ້ຕັດສອນໜ້າທີ່ຂອງຜົວໄວ້ວ່າ ໃຫ້ຜົວຍົກຄວາມເປັນໃຫຍ່ບາງສິ່ງບາງຢ່າງໃນຄອບຄົວໃຫ້ເມຍໄດ້ເປັນຜູ່ມີຄວາມສຳຄັນອີກຜູ່ໜຶ່ງ ໃນຖານະທີ່ໄດ້ເປັນສະມາຊິກໃນຄອບຄົວດຽວກັນ.

ໃນຂໍ້ສຸດທ້າຍມີຄວາມໝາຍວ່າ ໜ້າທີ່ຂອງຜົວຈະຕ້ອງສອດສ່ອງມອງດູ ເຖິງການແຕ່ງເນື້ອແຕ່ງຕົວຂອງເມຍ ເພາະການແຕ່ງເນື້ອແຕ່ງຕົວສັງຄົມປັດຈຸບັນນີ້ ນັບຖືກັນຫຼາຍ ທຸກຄົນກໍຄົງຮູ້ດີຢູ່ແລ້ວວ່າ ຜູ່ຍິງທຸກຄົນມີນິໄສມັກສະອາດ ແລະມັກແຕ່ງຕົວສວຍໆງາມໆ ພໍ່ເຮືອນທີ່ດີກໍຄວນສະໜອງຄວາມຕ້ອງການອັນນີ້ໃຫ້ພໍເໝາະພໍຄວນ ແຕ່ບໍ່ໃຫ້ເກີນຂອບເຂດ ຈົນເຖິງກັບເຂົ້າໃນພາສິດບູຮານວ່າ " ຜົວຮັກເມຍ ມັກຈະຕາມໃຈເມຍທຸກຢ່າງຈົນເມຍເສຍຄົນ ແຕ່ເມຍຮັກຜົວມັກຈະໜ່ວງໜ່ຽວໄວ້ບໍ່ໃຫ້ທຳຄວາມຊົ່ວຕ່າງໆ" ໝາຍຄວາມວ່າການແຕ່ງຕົວນັ້ນໃຫ້ທຳຕາມສົມຄວນແກ່ຖານະຂອງຕົວ ຢ່າເອົາຖານະຂອງຕົນໄປວັດແທກກັບຖານະຂອງຄົນອື່ນ ທີ່ມີຖານະສູງກວ່າຂອງເຮົາ ຖ້າທຳເກີນສ່ວນກໍຈະເປັນເຫດໃຫ້ຄອບຄົວເດືອດຮ້ອນ.

ເພາະສະນັ້ນ ພຣະພຸດທະອົງຈຶ່ງໃຫ້ພໍ່ເຮືອນທຳໜ້າທີ່ຂອງຕົນໃນເລື່ອງນີ້ໃຫ້ດີທີ່ສຸດ ເທົ່າທີ່ຈະດີໄດ້ ຖ້າຄອບຄົວໄດ້ປະຕິບັດຕາມໜ້າທີ່ທີ່ໄດ້ກ່າວມາແລ້ວນັ້ນ ຄອບຄົວນັ້ນ ຈະໄດ້ຮັບຄວາມສຸກຈະເລີນເປັນຢ່າງຍິ່ງ.

ໜ້າທີ່ຂອງແມ່ເຮືອນ

ຜູ່ເປັນແມ່ເຮືອນ ກໍນັບວ່າເປັນສະມາຊິກທີ່ສຳຄັນອີກຜູ່ນຶ່ງໃນຄອບຄົວນຶ່ງໆ ໝາຍຄວາມວ່າ ຄອບຄົວຈະມີຄວາມສັນຕິສຸກຫຼືບໍ່ ບັນຫາສຳຄັນຢູ່ທີ່ແມ່ເຮືອນອີກຈຸດນຶ່ງ ດັ່ງມີເລື່ອງເລົ່າກັນວ່າ ສະໄໝກ່ອນ ຖ້າລູກຊາຍຂອງຜູ່ໃດ ຈະກິນດອງກັບຄົນໃດ ພໍ່ແມ່ຂອງຝ່າຍຊາຍຈະຕ້ອງຄອຍສັງເກດສິ້ງຊອມເບິ່ງຄວາມປະພຶດ ຫຼືການດຳເນີນຊີວິດປະຈຳວັນຂອງພໍ່ແມ່ຝ່າຍຍິງຢ່າງລະອຽດວ່າ ຄວາມປະພຶດຂອງພໍ່ແມ່ຝ່າຍຍິງຈະເປັນໄປຢ່າງໃດ ເປັນຄົນມີສິນທັມບໍ່? ທີ່ເຮັດແນວນີ້ເພາະເພິ່ນທີ່ພາສິດທີ່ວ່າ " ໝາກໄມ້ຫຼົ່ນບໍ່ໄກກົກ " ໃນທຳນອງດຽວກັນ ພໍ່ແມ່ມີຄວາມປະພຶດປະຕິບັດ ແລະມີນິໄສໃຈຄໍເປັນຢ່າງໃດ ລູກກໍຈະມີນິໄສໃຈຄໍເປັນຢ່າງນັ້ນ ຂໍ້ນີ້ ນັກຈິດຕະວິທະຍາຮຽກວ່າ " ກຳມະພັນ " ແຕ່ສະໄໝເຮົາທຸກວັນນີ້ ເລື່ອງທີ່ກ່າວມານີ້ ຮູ້ສຶກວ່າລ້າສະໄໝເສຍແລ້ວ ຄົນສະໄໝໃໝ່ບໍ່ຖືວ່າ ເລື່ອງນີ້ ເປັນເລື່ອງສຳຄັນ ເອົາແຕ່ຄວາມພໍໃຈຂອງຕົນເປັນທີ່ຕັ້ງ.

ເອົາລະເຮົາມາກ່າວເຖິງບັນຫາວ່າ ແມ່ບ້ານຄວນຈະປະພຶດຢ່າງໃດ ຄອບຄົວຂອງຕົນຈຶ່ງຈະມີສັນຕິສຸກຢ່າງແທ້ຈິງ ສະໄໝນຶ່ງ ພຣະສຳມາສຳພຸດທະເຈົ້າຂອງເຮົາ ປະທັບຢູ່ ເຊຕະວັນ ຊຶ່ງບໍ່ໄກຈາກນະຄອນພັດທິຍະ ມີເສດຖີຜູ່ນຶ່ງຊື່ວ່າ ອຸຄະຫະ ເປັນຫຼານຂອງເມັນທະກະເສດຖີ ໄດ້ທູນອາຣາທະນານິມົນຕໍ່ພຣະພຸດທະເຈົ້າ ໃຫ້ໄປສັນພັດຕາຫານ ທີ່ເຮືອນຂອງຕົນ ພ້ອມດ້ວຍພຣະສົງ 4 ອົງ ຄັນເມື່ອພຣະພຸດທະເຈົ້າຊົງສະເຫວີຍພຣະກະຍາຫານເປັນທີ່ຮຽບຮ້ອຍແລ້ວ ເຂົາກໍໄດ້ຂາບທູນວ່າ ຂ້າແຕ່ພຣະອົງຜູ່ຈະເລີນ ພວກເດັກນ້ອຍຂອງຂ້າພະເຈົ້າເຫຼົ່ານີ້ ຕໍ່ໄປບໍ່ຊ້າບໍ່ນານ ກໍຈັກໄປສູ່ຕະກູນຜົວ ຂໍພຣະອົງຈົ່ງໄດ້ຕັດເທສະໜາ ເຖິງກິດອັນໃດອັນນຶ່ງ ເຊິ່ງຈະເປັນປະໂຫຍດແກ່ເດັກເຫຼົ່ານີ້ ແລະເພື່ອສັນຕິສຸກໃນພາຍພາກໜ້າ ແກ່ພວກເຂົາເຫຼົ່ານີ້ດ້ວຍເທີ້ນ.

ເມື່ອພຣະພຸດທະອົງໄດ້ສະດັບດັ່ງນັ້ນແລ້ວ ຈຶ່ງໄດ້ຕັດເທສະໜາແກ່ພວກເດັກຍິງເຫຼົ່ານັ້ນວ່າ : ດູລາກຸມາຣິກາທັງຫຼາຍ ພວກເຈົ້າຄວນຈະສຳນຶກໃນໃຈສະເໝີວ່າ ບິດາມານດາ ເປັນຜູ່ຫວັງປະໂຫຍດເກື້ອກູນ ມີຄວາມອີດູກູນາຕໍ່ລູກທຸກໆຄົນ ເພາະອາໄສຄວາມກະລຸນາເອັນດູອັນນີ້ເອງ ທ່ານຈຶ່ງຍົກເຮົາໃຫ້ແກ່ສາມີ(ຜົວ)ຄົນໃດຄົນນຶ່ງ.

ດັ່ງນັ້ນ ເຮົາຈະຕ້ອງຕື່ນແຕ່ເດິກລຸກແຕ່ເຊົ້າກ່ອນເຂົາ ແລະນອນນຳຫຼັງເຂົາ ຖ້ອຍຄຳອັນໃດເປັນທີ່ມ່ວນຫູ ເປັນຕາຮັກແພງ ເປັນທີ່ຊອບໃຈຂອງຄົນທັງຫຼາຍ ພວກເຈົ້າຈົ່ງກ່າວຖ້ອຍຄຳອັນນັ້ນເນີ ພວກເຈົ້າເພິ່ງສຶກສາດັ່ງນີ້ ຂໍ້ນຶ່ງ ອີກຢ່າງນຶ່ງ ຄົນເຫຼົ່າໃດ ເປັນທີ່ເຄົາລົບຂອງຜົວ ຄືບິດາມານດາ ສະມະນະພາມ ຄູບາອາຈານ ເຈົ້າຈົ່ງເຄົາລົບ ສັກກາຣະນັບຖື ຕ້ອນຮັບດ້ວຍເຂົ້າ ນ້ຳໂພຊະນະອາຫານແກ່ຄົນເຫຼົ່ານັ້ນ ດ້ວຍຄວາມຈິງໃຈ ກຸມາຣິກາທັງຫຼາຍ ພວກເຈົ້າເພິ່ງສຶກສາຢ່າງນີ້ອີກຂໍ້ນຶ່ງ

ພວກເຈົ້າເພິ່ງສຶກສາຢ່າງນີ້ວ່າ ການງານເຫຼົ່າໃດໃນເຮືອນຂອງຜົວເຊັ່ນ ການຊັກຟອກ ການຍ້ອມ ແລະການເຂັນຝ້າຍຢ່າງໃດຢ່າງນຶ່ງ ເຮົາຈັກໃຊ້ຄວາມພິນິດພິຈາລະນາ ຫາອຸບາຍທີ່ຈະທຳກິດຈະການນັ້ນ ໃຫ້ສຳເລັດລຸລ່ວງໄປໂດຍເຮວພະລັນ ກຸມາຣິກາທັງຫຼາຍ ພວກເຈົ້າເພິ່ງສຶກສາຢ່າງນີ້ຂໍ້ນຶ່ງ.

ອີກຢ່າງນຶ່ງ ພວກເຈົ້າເພິ່ງສຶກສາຢ່າງນີ້ວ່າ ຄົນເຫຼົ່າໃດ ເຫຼົ່ານຶ່ງທີ່ຢູ່ໃນເຮືອນ ຈະເປັນພວກຜູ່ຄອຍຮັບໃຊ້ ຫຼືກຳມະກອນກໍຕາມ ເຮົາຈັກຮູ້ສິ່ງທີ່ເຮັດແລ້ວວ່າ ໄດ້ເຮັດແລ້ວ ແລະສິ່ງໃດເຂົາຍັງບໍ່ທັນໄດ້ເຮັດ ແລະຮູ້ເຖິງການປ່ວຍໄຂ້ຂອງເຂົາວ່າ ມີອາການຢ່າງໃດ ໜັກຫຼືເບົາ ຄວນຮັກສາພະຍາບານໃຫ້ເຂົາໄດ້ຮັບຄວາມສຸກ ແບ່ງປັນຂອງກິນຂອງໃຊ້ໃຫ້ແກ່ຍາດມິດ ແລະໝູ່ບໍລິວານຕາມສົມຄວນ ກຸມາຣິກາທັງຫຼາຍ ພວກເຈົ້າທັງຫຼາຍເພິ່ງສຶກສາຂໍ້ນີ້ອີກຢ່າງນຶ່ງ.

ອີກຢ່າງນຶ່ງ ພວກເຈົ້າເພິ່ງສຶກສາຢ່າງນີ້ວ່າ ຖ້າຜົວເປັນຜູ່ທຳມາຫາລ້ຽງຊີບແລ້ວ ໄດ້ນຳເອົາຊັບສົມບັດຢ່າງໃດຢ່າງນຶ່ງມາມອບໃຫ້ ເປັນຕົ້ນວ່າ ເງິນຄຳຂອງໃຊ້ ເຮົາຈັກພະຍາຍາມຮັກສາຊັບສົມບັດອັນນັ້ນ ດ້ວຍດີ ເມື່ອເກັບຮັກສາໄວ້ເຊັ່ນນັ້ນແລ້ວ ບໍ່ໄດ້ໃຊ້ຈ່າຍຟູມເຟືອຍນັກ ບໍ່ໃຫ້ລ້າງຜານຊັບສົມບັດທີ່ຜົວຫາມາໄດ້ນັ້ນ ບໍ່ໃຫ້ຈິບຫາຍວາຍວອດໄປໂດຍບໍ່ມີເຫດຈຳເປັນ ກຸມາຣິກາທັງຫຼາຍເຮີຍ ພວກເຈົ້າເພິ່ງສຶກສາພິຈາລະນາຢ່າງນີ້ອີກຂໍ້ນຶ່ງ.

ເທົ່າທີ່ອາຕະມາ ໄດ້ຍົກເອົາໂອວາດ ທີ່ພຣະພຸດທະອົງສອນແກ່ເດັກນ້ອຍຍິງທັງຫຼາຍ ມາກ່າວໄວ້ໃນທີ່ນີ້ ຍືດຍາວກໍເພື່ອຈະຊີ້ໃຫ້ທ່ານຜູ່ອ່ານຊາວວ່າ ມິກິດ ແລະວຽກອັນໃດແດ່? ທີ່ຜູ່ເປັນເມັຍຈະເພິ່ງກະທຳໃນເລື່ອງນັ້ນ ພຣະອົງໄດ້ຊົງເຄີຍຕັດສອນມາແລ້ວ ເພື່ອຈະໂຮມເອົາເນື້ອຄວາມຂອງໂອວາດທີ່ກ່າວມາແລ້ວຂ້າງຕົ້ນນັ້ນ ໃຫ້ເຫຼືອພຽງສັ້ນໆ ກໍຄົງມີພຽງ 5 ປະການຄື:
1. ຈັດການງານດີ
2. ສົງເຄາະຄົນຂ້າງຄຽງຂອງຜົວດີ
3. ບໍ່ປະພຶດລ່ວງນອກໃຈຜົວ
4. ຮັກສາຊັບທີ່ຜົວຫາມາໄດ້
5. ເປັນຄົນຂະຫຍັນບໍ່ກຽດຄ້ານໃນກິດທັງປວງ

ອີກປະການນຶ່ງ ຍັງມີໂອວາດຂອງທ່ານທະນົນໄຊເສດຖີ ກ່າວສອນນາງວິສາຂາ 10 ຂໍ້ ແຕ່ລະຂໍ້ນັບວ່າເປັນປະໂຫຍດຢ່າງຫຼວງຫຼາຍ ແຕ່ໃນທີ່ນີ້ ອາຕະມາຈະນຳມາສະແດງພຽງສັ້ນໆຈັກ 5 ຂໍ້ຄື:
1. ຍິງຜູ່ທີ່ຢູ່ໃນຕະກູນພໍ່ຜົວແມ່ຜົວ ແລະສາມີ ບໍ່ຄວນນຳໄຟພາຍໃນອອກໄປພາຍນອກ.
2. ບໍ່ຄວນເອົາໄຟພາຍນອກເຂົ້າມາພາຍໃນ
3. ບໍ່ເພິ່ງໃຫ້ແກ່ຄົນທີ່ບໍ່ຄວນໃຫ້
4. ເພິ່ງໃຫ້ແກ່ຄົນທີ່ຄວນໃຫ້

ອະທິບາຍ
ໃນໂອວາດຂໍ້ທີນຶ່ງ " ບໍ່ຄວນນຳໄຟພາຍໃນອອກໄປພາຍນອກ " ຂໍ້ນີ້ທ່ານເສດຖີໝາຍເຖິງວ່າ ທຳມະດາຍິງທີ່ຢູ່ໃນຕະກູນຜົວ ບໍ່ຄວນເປັນຄົນປາກບອນ ຄືປາກບໍ່ເປັນສຸກ ເມື່ອໄດ້ເຫັນໂທດ ຫຼືຄວາມຜິດເລັກໆນ້ອຍໆ ຂອງພໍ່ຜົວ ຫຼືແມ່ຜົວ ຫຼືສາມີ ບໍ່ຄວນນຳໄປເວົ້ານອກບ້ານ ຄວນປົກປິດໄວ້ເປັນຄວາມລັບ ໂທດໃນເລື່ອງນີ້ເກີດຂື້ນແລ້ວ ຮ້າຍແຮງປຽບເໝືອນໄຟ ດ້ວຍເຫດນີ້ ເສດຖີຈຶ່ງໄດ້ກ່າວວ່າ : " ບໍ່ຄວນນຳໄຟພາຍໃນອອກໄປພາຍນອກ ".

ໂອວາດຂໍ້ສອງວ່າ : " ຢ່ານຳໄຟພາຍນອກເຂົ້າມາພາຍໃນ "ຂໍ້ນີ້ມີຄວາມໝາຍເໝືອນກັບຂໍ້ຕົ້ນ ຜິດກັນແຕ່ເນື້ອຄວາມກົງກັນຂ້າມກັນເທົ່ານັ້ນ ຄຳວ່າ " ພາຍນອກ "ນັ້ນມີຄວາມໝາຍວ່າ ຖ້າຄົນໃນບ້ານໃກ້ເຮືອນຄຽງກ່າວໂທດ ຫຼື ນິນທາ ພໍ່ຜົວ ແມ່ຜົວ ແລະສາມີຂອງຕົນແລ້ວ ຢ່ານຳເລື່ອງນັ້ນໄປເວົ້າອີກວ່າ ຜູ່ນັ້ນໄດ້ກ່າວໂທດຕິຕຽນພວກເຈົ້າທັງຫຼາຍ, ຖ້າເມຍຄົນໃດປະພຶດຊົ່ວເຊັ່ນນີ້ ເມຍຜູ່ນັ້ນຊື່ວ່າ ນຳອະສໍຣະພິດຄວາມເສຍຫາຍເຂົ້າບ້ານເຮືອນ ຢ່າງນີ້ບໍ່ມີບັນຫາເລີຍ ທາງທີ່ດີຄວນນິ້ງເສີຍບໍ່ຍອມເວົ້າ ຄືຫັດເປັນຄົນປາກຊ້າ ຕາໄວຈັກໜ່ອຍ ແຕ່ຄົນສ່ວນມາກບໍ່ເປັນຢ່າງນັ້ນ ເມື່ອໄດ້ຟັງໄດ້ຮູ້ຢ່າງໃດມາ ຄັນປາກເຫຼືອເກີນຢາກຈະເວົ້າໃຫ້ຜູ່ອື່ນຟັງສະເໝີ ເມື່ອໄດ້ລະບາຍອອກແລ້ວ ຮູ້ສຶກວ່າມັນສົດຊື່ນຈິດໃຈເຫຼືອເກີນ ເປັນລັກສະນະຂອງຄົນທົ່ວໆໄປ ຄົນປາກບອນ.

ໂອວາດຂໍ້ທີສາມວ່າ : " ເພິງໃຫ້ແກ່ຄົນທີ່ຄວນໃຫ້ "ຂໍ້ນີ້ ທ່ານເສດຖີກ່າວຢ່າງນີ້ ທ່ານໝາຍຄວາມວ່າ ວັດຖຸ ຫຼື ຊັບສົມບັດອັນໃດທີ່ມີຢູ່ໃນເຮືອນແຫ່ງຕະກູນຜົວ ເມື່ອມີຜູ່ໃດມາຢືມແລ້ວ ເຂົາຜູ່ນັ້ນໄດ້ນຳເອົາສິ່ງນັ້ນມາສົ່ງຄືນ ພາຍຫຼັງເຂົາມາຢືມອີກ ເຮົາຄວນຈະໃຫ້ເພື່ອສົງເຄາະຄົນປະເພດນີ້.

ໂອວາດຂໍ້ທີສີ່ວ່າ : " ບໍ່ເພິ່ງໃຫ້ແກ່ຄົນທີ່ບໍ່ຄວນໃຫ້ " ຂໍ້ນີ້ທ່ານເສດຖີໝາຍເຖິງວ່າ ທຳມະດາຄົນຜູ່ເປັນແມ່ບ້ານຈະຕ້ອງຮັບຜິດຊອບ ໃນຊັບສົມບັດທຸກຢ່າງທີ່ມີຢູ່ໃນຄອບຄົວຂອງຕົນ ເມື່ອມີຜູ່ໃດມາຢືມໄປແລ້ວ ເຂົາຜູ່ນັ້ນບໍ່ສົ່ງຄືນເສີຍເມີຍເສຍ ຈົ່ງຢ່າໄດ້ໃຫ້ແກ່ຄົນປະເພດນັ້ນອີກເປັນອັນຂາດ.

ເພາະເຫດຜົນທີ່ຈະຮັບ ກໍຄືຄວາມຈິບຫາຍໄປແຫ່ງວັດຖຸສິ່ງຂອງ ທີ່ມີຢູ່ໃນຄອບຄົວຂອງເຮົາ ຄົນປະເພດນີ້ສະແດງໃຫ້ເຫັນວ່າ ເປັນຄົນບໍ່ຮູ້ຈັກຄຸນຂອງໃຜ ສິ່ງທີ່ເຂົາຮູ້ດີທີ່ສຸດ ກໍຄືຈັກເອົາສິ່ງຂອງໆຄົນອື່ນທ່າດຽວ.

ໂອວາດຂໍ້ທີຫ້າ ທ່ານເສດຖີກ່າວວ່າ : "ເພິ່ງໃຫ້ແກ່ຄົນທັງທີ່ໃຫ້ທັງ ທັງທີ່ບໍ່ໃຫ້ "ໂອວາດຂໍ້ນີ້ສອນວ່າ ເມື່ອຍາດມິດຜູ່ໃດຕົກທຸກໄດ້ຍາກ ຂໍຄວາມຊ່ວຍເຫຼືອ ດ້ວຍການຢືມວັດຖຸ ຫຼື ຊັບສົມບັດແມ່ນເຂົາຈະໃຫ້ຄືນ ຫຼື ບໍ່ໃຫ້ຄືນ ກໍບໍ່ເພິ່ງຫວັງຕອບແທນ ຄວນໃຫ້ແກ່ຄົນປະເພດນີ້.

ໂອວາດທັງໝົດຂອງທ່ານທະນົນໄຊບັນດິດເສດຖີນີ້ ມີເນື້ອຄວາມຊັດເຈນດີຢູ່ແລ້ວວ່າ ລັກສະນະເຊັ່ນໃດ ແລະບໍ່ຄວນໃຫ້ ຫວັງວ່າຄົງຈະເປັນປະໂຫຍດແກ່ທ່ານຜູ່ອ່ານບໍ່ໜ້ອຍ ຈຶ່ງໄດ້ນຳສະເໜີໄວ້ໃນທີ່ນີ້.

ອາຕະມາເຫັນວ່າ ພັນລະຍາທີ່ດີ ຄວນເອົາຊະນະສະມີ ດ້ວຍການບໍ່ເຮັດຄວາມຊົ່ວຕອບສະເໝີ ລາງຄົນຜົວມັກຫຼິ້ນການພະນັນ ແຕ່ເມຍແກ້ແຄ້ນດ້ວຍການຫຼິ້ນໄພ້ ດັ່ງນີ້ເປັນຕົ້ນ ທີ່ເຮັດດັ່ງນີ້ເພາະຄວາມເຂົ້າໃຈຜິດນັ້ນເອງ.

ການກະທຳຕອບໃນທາງທີ່ຊົ່ວເຊັ່ນນີ້ ບໍ່ເປັນທາງກໍ່ໃຫ້ເກີດຄວາມສຸກເລີຍທາງທີ່ຖືກຕ້ອງແລ້ວ ຄວນຈະດຳເນີນຕາມຫຼັກທັມຂອງພຣະພຸດທະເຈົ້າ ພຣະອົງສອນໃຫ້ຄົນແຄ້ນຄົນບໍ່ດີ ດ້ວຍການທຳຄວາມດີຕອບ ຂໍ້ນີ້ໄດ້ກຳໄລຢ່າງແນ່ນອນ ເມື່ອຜົວເຫັນເມຍທຳຄວາມດີ ທຸກເຊົ້າທຸກແລງ ອາຕະມາຮັບຮອງວ່າ ວັນນຶ່ງເຂົາຈະຕ້ອງສະຫຼົດໃຈ ຫຼື ປ່ຽນຈິດໃຈຂອງຕົນເອງ ຫັນມາທຳຄວາມດີ ເໝືອນດັ່ງເມຍຢ່າງແນ່ນອນ ແລ້ວກໍຈະເປັນພໍ່ເຮືອນທີ່ດີຂອງແມ່ເຮືອນ ຕະຫຼອດໄປ.

ເມື່ອໂຮມເອົາເນື້ອຄວາມສັ້ນໆວ່າ ພໍ່ເຮືອນມີຄວາມປະພຶດບໍ່ດີ ເລື່ອງສຳຄັນຢູ່ທີ່ແມ່ເຮືອນ ຈະຕ້ອງແກ້ໄຂດ້ວຍວິທີທຳຄວາມດີຕອບ ຈົ່ງຢ່າເອົາຄວາມຊົ່ວໄປແກ້ໄຂເດັດຂາດ ເພາະນັ້ນ ຄືການສະແດງເຖິງຜົນແຫ່ງການຂາດທຶນຢ່າງແນ່ນອນ.

(ຕໍ່ໄປຈະໄດ້ນຳເອົາ ໜ້າທີ່ຂອງພໍ່ແມ່ ມາພິມລົງ)

Find the best web hosting service and read ipage review for more information.

ຮູ້ຈັກວຽກງານ ຄພພ.

Login



Buddhism for Development Project (BDP) | Develop by poonpreecha@volunteerspirit.org