ພິກຂຸຄືໃຜ?

 

( ປາຖະກະຖາຄັ້ງວັນທີ 30 ທັນວາ ພສ 2505 ທີ່ວັດປ່າ ພຸດທະວົງສາປ່າຫຼວງ)

ຄຳວ່າ ພິກຂຸ ເມື່ອກ່າວຕາມທາຕ ຫຼືຄຳພີ

ວິສຸທທິມັກແລ້ວ ແປໄດ້ 2 ຢ່າງ ຄື:

1-ແປວ່າ ຜູ່ຂໍ

2-ແປວ່າ ຜູ່ເຫັນໄພໃນສົງສານ

ທີ່ແປວ່າຜູ່ຂໍນັ້ນ ໄດ້ແກ່ຂໍອະໄພ ຫຼືຂໍໂທດ ຄຳວ່າອະໄພກໍຄືບໍ່ໃຫ້ມີໄພ ມີເວນ ໃນລະຫວ່າງຕົນກັບຜູ່ມີເວນນັ້ນໆ ໄດ້ແກ່ບໍ່ໃຫ້ຜູ່ອື່ນສະດຸ້ງຫວັ່ນໄຫວຢ້ານກົວ ຫຼືບໍ່ໃຫ້ມີຄວາມລະແວງ ແຄງເຊິ່ງກັນ ແລະກັນ ບາບກຳສິ່ງໃດກໍດີ ຄວາມ​ຜິດພາດ​ລະຫວ່າງ​ກັນ​ກໍ​ດີ ສິ່ງໃດທີ່ທຳດ້ວຍກາຍ ວາຈາ ໃຈ ສິ່ງນັ້ນຂໍ​ຈົ່ງ​ເປັນ​ອັນ​ທຳ​ແລ້ວ ຫຼື​ໃຫ້​ໝົດ​ໄປ ຢ່າ​ໄດ້​ຜູກ​ພະຍາບາດອາຄາດຈອງເວນເຊິ່ງກັນ ແລະກັນ ​ເພາະ​ພິກຂຸນັ້ນຖື​ວ່າການ​ໃຫ້​ອະ​​ໄພ​ກັນ ​ເປັນຍອດປາຖະໜາຂອງມະນຸດ ໃນຍຸກສະໄໝປັດຈຸບັນ ຈຶງຮຽກວ່າ ພິກຂຸແປວ່າ ຜູ່ຂໍ ຄືຂໍບໍ່ໃຫ້ມີໄພ ມີເວນແກ່ສັບພະສັດ ທຸກຖ້ວນໜ້າ ດັ່ງພຸດທະພາສິດທີ່ວ່າ ສັບເພ ສັດຕາ ອະເວຣາ ໂຫນຕຸ  ແປເປັນໃຈຄວາມວ່າ ສັດທັງຫຼາຍທັງປວງ ຢ່າເປັນຜູ່ມີໄພມີເວນແກ່ກັນ ແລະກັນເລີຍ ຄຳວ່າຂໍໂທດ ໄດ້ແກ່ບໍ່ໃຫ້ມີໂທດ ເຊັ່ນ: ເດີນຜ່ານທ່ານຜູ່ໃຫຍ່ ຫຼືພໍ່ແມ່ຄູບາອາຈານກໍດີ ຕະຫຼອດເຖິງອັດປະຕູ ປິດປ່ອງຢ້ຽມ ຈັບສິ່ງຂອງທີ່ຢູ່ສູງໆ ໃນລະຫວ່າງໝູ່ດຽວກັນ ຜູ່ມີວັດທະນາທຳອັນດີງາມຕ້ອງຂໍໂທດ ຂໍອະໄພເສຍກ່ອນ ຈຶ່ງຄ່ອຍຈັບເອົາ ໃຈຄວາມກໍຄື ບໍ່ວ່າສັບພະສັດທັງຫຼາຍທຸກຖ້ວນໜ້າ ຢ່າພະຍາຍາມປອງຮ້າຍ ຫຼືບໍ່ໃຫ້ທຳຄວາມຊົ່ວທາງກາຍ ວາຈາ ໃຈ ໃຫ້ມີຄວາມເມດຕາ ກະລູນາຮັກແພງເຊິ່ງກັນ ແລະກັນ ໃຫ້ຢູ່ເປັນສຸກທຸກຖ້ວນໜ້າ ໃຫ້ຖືວ່າສັດທຸກໆຈຳພວກ ເປັນພີ່ນ້ອງເພື່ອນເກີດແກ່ເຈັບຕາຍດ້ວຍກັນ.

ທີ່ແປວ່າເຫັນໄພໃນສົງສານ ຄືເຫັນວ່າໂລກນີ້ເຕັມໄປດ້ວຍໄພໜ້າຢ້ານຄື ມີຄວາມເກີດ ແກ່ ເຈັບ ຕາຍ ໂລກນີ້ເກີດຂື້ນແລ້ວຕັ້ງຢູ່ດັບໄປ ບໍ່ມີອັນໃດທ່ຽງໝັ້ນຍ່ອມປ່ຽນແປງແຕກສະຫຼາຍ ເປັນທຳມະດາ ເຊັ່ນ ປະຕິສົນທິເກີດຂຶ້ນຄັ້ງແຮກ 7 ວັນເປັນນ້ຳ​ໃສໆເໝືອນນ້ຳມັນງາ ຕໍ່ມາອີກ 7 ວັນ ປ່ຽນແປງເປັນນ້ຳຂຸ່ນໆ ເໝືອນນ້ຳລ້າງຊີ້ນ ອີກ 7 ວັນປ່ຽນແປງເປັນກ້ອນເໝືອນກ້ອນຊີ້ນ ອີກ 7 ວັນ ປ່ຽນແປງເປັນແທ່ງເໝືອນຮູບໄຂ່ ຕໍ່ໄປອີກ 7 ວັນຈຶ່ງປ່ຽນແປງໄປເປັນເບັນຈະ 5 ແຫ່ງ ມີແຂ່ງ ມີຂາ ມີແຂນ ມີຫົວ ເປັນຕົນເປັນຕົວ ພ້ອມດ້ວຍອະໄວຍະວະນ້ອຍໃຫຍ່ ຕໍ່ໄປເຖິງ 9-10 ເດືອນ ອອກຈາກທ້ອງແມ່ເປັນເດັກນ້ອຍ ປ່ຽນຈາກເດັກນ້ອຍມາເປັນຜູ່ໜຸ່ມ ປ່ຽນຈາກຜູ່ໜຸ່ມເປັນຄົນແກ່ ປ່ຽນຈາກຄົນແກ່ແລ້ວເປັນຄົນເຈັບ ປ່ຽນຈາກຄົນເຈັບແລ້ວເປັນຄົນຕາຍ ປ່ຽນຈາກຄົນຕາຍແລ້ວກໍ ເປັນຂີ້ເຖົ່າ ແຕ່ວິນຍານຄົນນັ້ນກໍຈະປ່ຽນແປງໄປເກີດເປັນສັດ ຫຼືເປັນເທວະດາ ກໍແລ້ວແຕ່ບຸນຍະກຳ ທີ່ເຂົາສັ່ງສົມໄວ້ໃນພົບນີ້ ແຕ່ເພາະຂີ້ເຖົ່ານັ້ນຍັງປ່ຽນໄປເປັນຂີ້ດິນ ຜູ່ເຫັນໂລກດັ່ງກ່າວມານີ້ ຮຽກວ່າ ພິກຂຸ ບໍ່ຢາກຢູ່ໂລກນີ້ຕໍ່ໄປ ສະແຫວງຫາຊ່ອງທາງເພື່ອໜີໃຫ້ພົ້ນຈາກໂລກນີ້ ຫາບ່ອນວິເວກສະຫງັດ ເພື່ອດັດ ກາຍ ວາຈາ ໃຈ ເພື່ອໃຫ້ບັນລຸໂມກຂະທຳ ພົ້ນຈາກຄວາມ ເກີດ ແກ່ ເຈັບ ຕາຍ ຫ່າງໄກ ຄວາມວຸ້ນວາຍ ຄວາມຄັບແຄ້ນແໜ້ນອົກແໜ້ນໃຈ ໃຫ້ຄາດແຄ້ວ ກ່າວແລ້ວຄື ອະມະຕະ ມະຫານະຣຶພານ ດັ່ງອົງສົມເດັດ ພຣະຜູ່ມີພຣະພາກອະຣະຫັນຕະສຳມາສຳພຸດທະເຈົ້າ ຄາວຍັງຊົງເປັນ ສິດຖັດທະ ຣາຊະກຸມມານ ໄດ້ເຫັນເທວະທູດທັງ 4 ເປັນຫຼັກຖານວ່າ ໂລກນີ້ເຕັມໄປດ້ວຍ ສິ່ງທີ່ໜ້າຢ້ານ ແລ້ວພຣະອົງກໍສະຫຼະລາຊະສົມບັດ ອອກບັນພະຊາອຸປະສົມບົດ ເປັນພຣະພິກຂຸ ພຣະອົງບໍ່ມີຄວາມຫ່ວງຫາອາໄລເຖິງຣາຊະສົມບັດ ແລະ ນາງສະໜົມຫົກໝື່ນ ເປັນບໍລິວານເລີຍ ພຣະອົງເຫັນໂລກ 31 ໂລກ ຄືອະບາຍພູມ 4 ມະນຸດ 1 ສະຫວັນ 6 ຊັ້ນ ຮູບພົມ 16 ອະຮູບພົມ 4 ຈໍາພວກ ໂລກເຫຼົ່ານີ້ລ້ວນແຕ່ເຕັມໄປດ້ວຍໄພໝົດສ້ຽງ ເຫດນັ້ນພິກຂຸຈຶ່ງແປວ່າ ຜູ່ຂໍຢ່າງນຶ່ງ ຜູ່ເຫັນໄພໃນສົງສານຢ່າງນຶ່ງ ຜູ່ທີ່ຍັງບໍ່ເຫັນໂທດ ເຫັນໄພຍັງຮຽກວ່າເປັນພິກຂຸບໍ່ໄດ້ເທື່ອ ຜູ່ທີ່ເຫັນແລ້ວຮຽກຈຶ່ງຮຽກວ່າພິກຂຸແທ້.

ໂລກຄືໝູ່ສັດຍ່ອມທຳຮ້າຍເຜົາຜານເຊິ່ງກັນ ແລະກັນ ເພາະການເບິ່ງມອງທຳມະໃນທາງບໍ່ດີ ສັດທີ່ມີອຳນາດມາກ ຍ່ອມບຽດບຽນຂົມເຫງສັດທີ່ມີອຳນາດນ້ອຍ ເຈົ້າກິນຂ້ອຍໆກິນເຈົ້າ ເໜືອນດັ່ງ ສຸພາສິດເຖົ້າແກ່ບູຮານເລົ່າໄວ້ວ່າ ເມື່ອນ້ຳຂຶ້ນປາໄດ້ກິນມົດ ເມື່ອນ້ຳລົດມົດໄດ້ກິນປາ ຜູກອາຄາດກໍ່ເວນກັນທຸກພົບທຸກຊາດ ໂດຍບໍ່ສ້ຽງສຸດເປັນດັ່ງໝີກັບໄມ້ຄໍ້ ກາກັບນົກເຄົ້າ ງູເຫົ່າກັບຈອນຟອນ

ໃນຄຳພີພຣະທຳມະບົດ ພຣະພຸດທະອົງຕັດໄວ້ວ່າ ຜູ່ໃດເຂົ້ໄປຜູກເວນໄວ້ວ່າຜູ່ນັ້ນຍ່ອມ ບໍ່ລະງັບ, ສ່ວນຜູ່ໃດບໍ່ເຂົ້າໄປຜູກເວນໄວ້ວ່າ ຜູ່ນັ້ນໄດ້ດ່າເຮົາ ໄດ້ຕີເຮົາ ໄດ້ລັກຂອງເຮົາ ເວນຂອງຜູ່ນັ້ນຍ່ອມລະງັບໝົດໄປ ນີ້ເປັນທຳເກົ່າແກ່ ໃນຕອນນຶ່ງພຣະອົງໄດ້ສະແດງໄວ້ວ່າ ໂລກຄືໝູ່ສັດສັນນິວາດຢູ່ຮ່ວມກັນ ອັນ ໄຟ ຄື ໂລບ ໂກດ ຫຼົງ ພວມເຜົາຜານຢູ່ ເປັນຫຍັງພວກໝູ່ເຈົ້າຈຶ່ງພາກັນເພີດເພີນຢູ່ ເມື່ອພຣະພຸດທະອົງຊົງແນະນຳໂທດຄືໄພໃນສົງສານ ດັ່ງກ່າວແລ້ວ ຈຶ່ງບໍ່ກັບຕົວລະບາບ ພໍ່າເພັງບຸນກຸສົນ ອົບຮົມຈິດໃຈຂອງຕົນໃຫ້ຜ່ອງໃສ ສະອາດປາສະຈາກ ໄພ ເວນ ໃຫ້ມີຄວາມເມດຕາເອັນດູສົງສານຮັກແພງກັນຜູກມິດໄວ້ ໃນສັດທຸກຈຳພວກ ບໍ່ເລືອກເພດ ຊາດ ວັນນະ ເຫັນວ່າເຮົາຮັກຊີວິດຂອງເຮົາພຽງໃດ ຜູ່ອື່ນຮັກຊີວິດຂອງເຂົາພຽງນັ້ນ ບໍ່ວ່າຄົນຫຼືສັດ ຖືວ່າພີ່ຮ່ວມທ້ອງນ້ອງຮ່ວມໄສ້ພໍ່ແມ່ດຽວກັນ ເພາະມີຫຼັກຖານເປັນເປັນເຄື່ອງອ້າງວ່າ ຄົນເຮົາກັບສັດມີສະຕິເໝືອນກັນ 5 ຢ່າງຄື 1. ກິນ 2.ຢ້ານ 3. ຫຼັບນອນ 4. ຮັກຊີວິດ 5. ເສບກາມ ບໍ່ວ່າຄົນ ຫຼືສັດ ມີຄະຕິເໝືອນກັນ ຕ້ອງການທັງ 5 ຢ່າງນີ້ ເຫດນັ້ນ ພຣະພຸດທະອົງຈຶ່ງຕັດສອນວ່າ ໃຫ້ເຫັນອົກເຂົາອົກເຮົາ ຫ້າມບໍ່ໃຫ້ບຽດບຽນກັນ ຖ້າໄປຕົບໄປຕ່ອຍທຳຮ້າຍຜູ່ອື່ນຈະເປັນຄົນ ແລະສັດແລ້ວ ກໍເທົ່າຕ່ອຍເຈົ້າຂອງເອງ ເພາະມີສະພາບເໝືອນກັນ ມີທາດ 4 ດິນ ນ້ຳ ລົມ ໄຟ ເກີດແກ່ເຈັບຕາຍ ເໝືອນກັນ ຕ່າງແຕ່ຄຸນະສົມບັດເທົ່ານັ້ນ ເພາະເຫດນັ້ນພຣະຈອມທັນມຸນີສໍຣະເພັດ ຈຶ່ງຊົງແນະນໍາ ພຣະພິກຂຸໃຫ້ເປັນມິດກັບສັບພະສັດທັງຫຼາຍ ຖ້າວ່າ ຜູ່ໃດຂ້າສັດ ແລະບຽດບຽນສັດ ຜູ່ນັ້ນຈະຮຽກວ່າ ເປັນສາມະນະ ຫຼືພິກຂຸບໍ່ໄດ້.

ຖ້າມີຜູ່ຖາມວ່າ ພິກຂຸຄືໃຜ? ກໍຕ້ອງຕອບວ່າ ພິກຂຸ ຄືມິດຂອງປະຊາຊົນທຸກຊາດ ຊັ້ນ ວັນນະ ຕະຫຼອດເຖິງສັບພະສັດທັງຫຼາຍ ໂດຍຫາປະມານບໍ່ໄດ້ ຖ້າຫາກຈະຖາມວ່າ ສັດເດຍລະສານ ເປັນມິດ ກັບພຣະພິກຂຸໄດ້ແນວໃດ? ໃນຂໍ້ນີ້ຂໍຍົກເລື່ອງໂດຍຫຍໍ້ມາກ່າວພໍເປັນນິທັດສະນະຕົວຢ່າງ ຄືມີລູກສິດຜູ່ນຶ່ງເປັນຂ້າລາຊະການ ມີຈິດເຫຼື້ອມໃສໃນພຣະພຸດທະສາສະໜາຢ່າງແຮງກ້າ ສະຫຼະຄອບຄົວມາອຸປະສົມບົດເປັນພຣະພິກຂຸ ໄດ້ສຶກສາພຣະທຳມະວິໄນຈາກຂ້າພຣະເຈົ້າພໍສົມຄວນ ເຂົາໄດ້ບອກຄວາມຮູ້ສຶກກັບຂ້າພະເຈົ້າວ່າ ແຕ່ຂະນ້ອຍເປັນຄະລຶຫັດ ທຽວໄປປ່າມາທົ່ງ ປາກົດວ່າ ສັດສາວາສິ່ງເປັນຕົ້ນວ່າ ໝູ ໝາ ເປັດ ໄກ່ ນົກ ໜູ ປູປີກ ເຫັນຂະນ້ອຍ ແລ້ວເກີດຄວາມສະທົດ ສະທ້ານຢ້ານກົວເປັນໜັກໜາ ເພາະເຄີຍທຳລາຍມັນ ເມື່ອມາບວດເປັນພຣະພິກຂຸເຊັ່ນນີ້ແລ້ວ ຈະໄປມາໃສສັດທຸກຈຳພວກເຫັນຂະນ້ອຍບໍ່ຢ້ານບໍ່ກົວ ຮູ້ສຶກວ່າເຂົາມີຄວາມຈົງຮັກພັກດີ ຕໍ່ຂະນ້ອຍ ແລະຂ້າພະເຈົ້າກ່າວໃຫ້ຜູ່ນັ້ນຟັງວ່າ ແຕ່ກ່ອນທ່ານບໍ່ໄດ້ເປັນມິດກັບສັດເຫຼົ່ານັ້ນເລີຍ ສັດເຫຼົ່ານັ້ນ ຈຶ່ງຢ້ານ ຈຶ່ງກົວ ດຽວນີ້ບວດເຂົ້າມາເປັນພິກຂຸ ໄດ້ມີຄວາມເມດຕາ ແກ່ສັດເຫຼົ່ານັ້ນ ສັດທຸກຈຳພວກ ຈຶ່ງເປັນມິດກັບທ່ານ ບໍ່ມີຄວາມລະແວງທີ່ຈະຖືກທຳຮ້າຍຈາກທ່ານ ເຂົາຈຶ່ງເປັນມິດກັບທ່ານໃນການ ທຸກເມື່ອດັ່ງນີ້.

ເພາະກະແສຈິດທັງສອງຝ່າຍກົງກັນ ຕາບໃດຈິດບໍ່ມີສີລະທຳ ກົງກັນຂ້າມແລ້ວ ຄວາມລະແວງແຄງໃຈຢ້ານກົວກໍມີຢູ່ຕາບນັ້ນ ເຫດນັ້ນ ພຣະພຸດທະອົງຈຶ່ງຊົງສັ່ງສອນສັບພະສັດ ໃຫ້ມີ ຄວາມເມດຕາເຊິ່ງກັນ ແລະກັນ ຈະໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກ ຈະບໍ່ໄດ້ມີຄວາມລະແວງແຄງໃຈ ເພາະສະນັ້ນ ພິກຂຸ ບໍ່ແມ່ນຈະເປັນມິດສະເພາະແຕ່ບຸກຄົນເທົ່ານັ້ນ ຍັງເປັນມິດຕໍ່ສັບພະສັດທັງຫຼາຍ ບໍ່ເລືອກໜ້າອີກດ້ວຍ.

ອີກປະການນຶ່ງ ພຣະພິກຂຸ ເປັນຜູ່ສືບພຣະພຸດທະສາສະໜາ ຄຳສັ່ງສອນ ຂອງພຣະພຸດທະເຈົ້າ ໃຫ້ກ້ານກຸ່ງຮຸ່ງເຮືອງ ແລະໃຫ້ຈະເລີນງອກງາມ ໃຫ້ຍິ່ງໃຫຍ່ໄພສານ ໃຫ້ຊາວໂລກຜູ່ນັບຖື ພຣະພຸດທະສາສະໜາໃຫ້ໄດ້ຮັບຄວາມປົກກຸ່ມຊຸ່ມເຢັນ ຍັງປະໂຫຍດໃນຊາດນີ້ ແລະຊາດໜ້າໃຫ້ສຳເລັດ ເປັນຜູ່ຊັກຈູງແນະນຳໃຫ້ພຸດທະບໍລິສັດອຸປະຖຳຄ້ຳຊູດ້ວຍຊັບພາຍນອກ ແລະພາຍໃນ ສົນໃຈໃນການສຶກສາ ແລະປະຕິບັດສິນທຳ ດ້ວຍຄວາມພ້ອມພຽງກັນທັງພາຍໃນ ແລະພາຍນອກ ຊອກວິຖີທາງຊ່ວຍເຫຼືອໃຫ້ຈະເລີນຮຸ່ງເຮືອງ ຈິງຢູ່ ທາງພາຍນອກ ຄືພໍ່ອອກ ແມ່ອອກ ທາງໃນຄື ຈົວ ພຣະ ຈະມີຄວາມສຸກ ຄວາມຈະເລີນໄດ້ ຕ້ອງອາໄສການພໍ່າເພັງກຸສົນພ້ອມພຽງກັນເໝືອນດັ່ງປະພັນພາສິດວ່າ :

ວັດຈະດີມີຫຼັກຖານ ເພາະບ້ານຊ່ວຍ

ບ້ານຈະສວຍ ເພາະວັດດັດນິດໄສ

ບ້ານກັບວັດ ຜັດກັນໄປຈຶ່ງອວຍໄຊ

ຖ້າຂາດກັນ ຈະເສຍໄປທັງສອງທາງ

ໃນຄຳພີນິບພານສູດ ພຣະອົງຕັດໄວ້ວ່າ ດູກ່ອນພຣະອານົນ ພຣະພຸດທະສາສະໜາຈະ ຈະເລີນຫຼືເສື່ອມ ກໍຂຶ້ນຢູ່ກັບບໍລິສັດທັງ 4 ຄື ພິກຂຸ ພິກຂຸນີ ອຸບາສົກ ອຸບາສິກາ ໝາຍຄວາມວ່າ ບໍລິສັດພາຍນອກ ແລະບໍລິສັດພາຍໃນ ຕັ້ງໃຈຟັງທຳ ຕັ້ງໃຈຮຽນທຳ ຕັ້ງໃຈຈື່ທຳ ຕັ້ງໃຈພິຈາລະນາ ເນື້ອທຳທີ່ຈຳໄວ້ແລ້ວ ຮູ້ອັດຖະ ຮູ້ທຳແລ້ວ ຍ່ອມປະຕິບັດທຳຕາມສົມຄວນແກ່ທຳແລ້ວ ສາສະໜາ ກໍຈະຈະເລີນຍິ່ງໆຂຶ້ນໄປ ປຽບດັ່ງພຣະຈັນຂ້າງຂຶ້ນສັນນັ້ນ.

ຖ້າພຸດທະບໍລິສັດພາຍນອກ ແລະພາຍໃນ ບໍ່ຕັ້ງໃຈພິຈາລະນາທຳທີ່ຈຳຈື່ໄວ້ແລ້ວ ບໍ່ຮູ້ອັດຖະ ຮູ້ທຳແລ້ວ ບໍ່ປະຕິບັດທຳຕາມສົມຄວນແກ່ທຳ ສາສະໜານັບມື້ຈະເສື່ອມລົງ ປຽບດັ່ງ ພະຈັນຂ້າງແຮມສັນນັ້ນ ແຕ່ຄວາມຈິງແລ້ວບໍ່ແມ່ນສາສະໜາເສື່ອມ ເພາະສາສະໜາເປັນທຳມະຊາດ ຄົງທີ່ ຄົນເຮົາເອງເສື່ອມຈາກສີລະທຳຕ່າງຫາກ ອຸປະມາດັ່ງຫາດຊາຍດອນຈັນບໍ່ຂຶ້ນບໍ່ລົງຄົງທີ່ ມີແຕ່ນ້ຳຂອງເທົ່ານັ້ນຂຶ້ນລົງນີ້ສັນໃດ ຄົນກັບສາສະໜາກໍອຸປະໄມສັນນັ້ນຄືກັນ ເຫດນັ້ນພຸດທະບໍລິສັດ ທັງຄະລືຫັດ ແລະບັນພະຊິດ ຄວນຮ່ວມໄມ້ຮ່ວມມືໃຫ້ຄຳຕັກເຕືອນເຊິ່ງກັນ ແລະກັນ ບໍ່ໃຫ້ເສີຍໃຜ ເສີຍມັນ ດັ່ງພາສິດບູຮານວ່າ ຮ້າຍຊ່າງຊີ ດີຊ່າງພາມ ຫັກຊ່າງຂວານ ບານຊ່າງພ້າ ຂໍໃຫ້ທຸກທ່ານ ຜູ່ອ່ານຈົ່ງພິຈາລະນາໃນພາສິດຂໍ້ນີ້ວ່າ ຖ້າຂວານຫັກ ພ້າເປ ຈະຕັດໄມ້ຖາງໄຮ່ຖາງສວນກໍບໍ່ໄດ້ ຂ້າພະເຈົ້າເຫັນວ່າບໍ່ໄດ້ເດັດຂາດ ແຕ່ຈະວ່າພາສິດບົດຜິດກໍບໍ່ແມ່ນ ເພາະສິ່ງໃດຄວນຢຽວຢາ ກໍຄວນ ຫານະໂຍບາຍຢຽວຢາກັນໄປ ຖ້າມັນເຫຼືອວິໄສກໍຕ້ອງວາງອຸເບກຂາ ອຸປະມາເໝືອນດັ່ງເຮືອທີ່ແຕກ ຫຼືແຫງ ຕ້ອງຫານ້ຳສະແບງ ຫຼືນ້ຳມັນຍາງມາຢຽວຢາທາໄວ້ ຖ້າມັນແຕກມັນພັງເຫຼືອວິໄສ ກໍແລ້ວແຕ່ ຍະຖາກຳສັນໃດ ໃນພາສິດຂໍ້ນີ້ກໍອຸປະໄມສັນນັ້ນ ເຮົາຕ້ອງແກ້ໄຂສິ່ງທີ່ບໍ່ເໝາະສົມ ເຊິ່ງເປັນເຫດໃຫ້ ເສື່ອມເສຍແກ່ຊາດ ສາສະໜາ ເຮົາຄວນຊອກຫານະໂຍບາຍ ຕິຊົມດ້ວຍດີ ໃນຖານກັນເອງເພາະ ຄຳວ່າຕິ ມີຢູ່ສອງຢ່າງຄື ຕິເພື່ອກໍ່ 1 ຕິເພື່ອທຳລາຍ 1 ຕິເພື່ອກໍ່ ຄືຕິເພື່ອຫວັງດີໃຫ້ມີສະຕິຮູສຶກ ແລ້ວແກ້ໂຕໃໝ່ ໃຫ້ຄຳແນະນຳຕາມເວລາອັນສົມຄວນດ້ວຍຕົວເອງ ບໍ່ຕ້ອງວ່າໂຄສະນາດັງໆ ເກີນຄວນ ຕິເພື່ອທຳລາຍຄືຕິເພື່ອໃຫ້ຜູ່ອື່ນເສື່ອມເສຍໂດຍນານາປະການເຊັ່ນ ຂຶ້ນສູ່ເຮືອນສູງ ລົງເຮືອນຕໍ່າ ນຳເອົາຂ່າວເລື່ອງນັ້ນ ເລື່ອງນີ້ໄປປະຈານໃຫ້ຜູ່ອື່ນຟັງ ຮຽກວ່າຕິເພື່ອທຳລາຍ ຜົນສຸດທ້າຍກໍໄດ້ຮັບຜົນປະໂຫຍດຮ້າຍທັງໝົດ ຕາມທຳມະດາກໍຕ້ອງມີຕິຊົມ ພຣະອາທິດ ພຣະຈັນ ກໍມີຮ້ອນມີເຢັນ ໂລກຈຶ່ງຈະເປັນໄປຢູ່ໄດ້ເໝືອນດັ່ງຕົ້ນໄມ້ຕ້ອງມີອາກາດຮ້ອນ ອາກາດເຢັນ ຈຶ່ງເກີດ ເປັນຕົ້ນ ເປັນລຳຂຶ້ນ ຖ້າບໍ່ມີຮ້ອນ ມີເຢັນແລ້ວຈະບໍ່ງອກເງີຍຂຶ້ນໄດ້ເລີຍ ນີ້ກໍສັນໃດ ຄົນເຮົາ ກໍອຸປະໄມສັນນັ້ນຄືກັນ ມີຜົວໃຫ້ຍ້ອງ ມີຄ້ອງໃຫ້ຕີຖ້າບໍ່ຕີປະໂຫຍດຈາກການໄດ້ຄ້ອງກໍບໍ່ມີ ມີແກ້ວ ມີຄຸດ ບໍ່ສັກກາລະບູຊາກໍບໍ່ຄ້ຳຄູນ ຈະເປັນຂອງຄ້ຳຄູນກໍຕໍ່ເມື່ອເຮົາສັກກາລະບູຊານັບຖື ບົວລະບັດຜັດສີຍ້ອງຍໍສັນລະເສີນນີ້ສັນໃດ ຄົນເຮົາຜູ່ເປັນລູກເປັນຫຼານ ໝູ່ຄະນະບໍລິວານກໍມີອຸປະໄມ ສັນນັ້ນ ເຮົາຜູ່ເປັນຊາວພຸດກໍຕ້ອງສົ່ງເສີມພຣະພຸດທະສາສະໜາ ເຄົາລົບນັບຖືຮັກແພງ ເທົ່າກັບຊີວິດຈິດໃຈ ຈຶ່ງຈະໄດ້ຮັບຄວາມສຸກດັ່ງຕົນປາຖະໜາ ເໝືອນກັບນ້ຳຕານ ເຖິງຈະເປັນທຳມະຊາດ ທີ່ຫວານກໍຈິງ ຖ້າເຮົາບໍ່ຮັບປະທານຫວານກໍຈະບໍ່ປາກົດສັນໃດ ພຣະພຸດ ພຣະທຳ ພຣະສົງ ຖ້າເຮົາບໍ່ປະພຶດປະຕິບັດຕາມແລ້ວ ກອງທຸກຄືຄວາມເກີດ ແກ່ ເຈັບ ຕາຍ ກໍຈະບໍ່ພົ້ນເລີຍ ເຫດນັ້ນພຣະພິກຂຸຈຶ່ງພະຍາຍາມຕັ້ງຢູ່ໃນພົມມະວິຫານ ຄື ເມດຕາ ກະລຸນາ ມຸທິຕາ ອຸເບກຂາ ພິຈາລະນາເຫັນໄພສົງສານ ລະບາບ ພໍ່າເພັງກຸສົນ ອົບຮົມຈິດໃຫ້ຜ່ອງໃສ ຮຽກວ່າພິກຂຸໃນພຸດທະສາສະໜາ.

Find the best web hosting service and read ipage review for more information.

ຮູ້ຈັກວຽກງານ ຄພພ.

Login



Buddhism for Development Project (BDP) | Develop by poonpreecha@volunteerspirit.org